ກ່ຽວກັບສະມາຄົມ LIDA

ມາດ​ຕາ 1  ຈຸດ​ປະ​ສົງ​ຂອງ​ກົດ​ລະ​ບຽບ​

ກົດ​ລະ​ບຽບ​ສະ​ບັບ​ນີ້​ກຳ​ນົດ​ຫຼັກ​ການ​ພື້ນ​ຖານ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​, ການ​ເຄື່ອນ​ໄຫວ ແລະ ລະບອບ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ຂອງ​ສະ​ມາ​ຄົມ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງສະ​ມາ​ຄົມແນ​ໃສ່​ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​, ໜ້າ​ທີ່​ໃຫ້​ມີ​ຄວາມ​ໂປ່ງ​ໃສ​, ເປັນ​ລະບົບ ແລະ ປົກ​ປ້ອງສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ສະ​ມາ​ຄົມ ແລະ ສະ​ມາ​ຊິກ​ສະ​ມາ​ຄົມ​.

ມາດ​ຕາ 2  ຊື່​ສະ​ມາ​ຄົມ

  • ຊື່ເປັນພາສາລາວ: ​: ສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ
  • ຊື່​ຫຍໍ້​ເປັນ​ພາສາ​ລາວ: ສຄອດ
  • ຊື່​ເປັນ​ພາ​ສາ​ອັງ​ກິດ​: Lao ICT and Digital Association
  • ຊື່​ຫຍໍ້​ເປັນ​ພາ​ສາ​ອັງ​ກິດ​: LIDA

ມາດ​ຕາ 3  ຕາ​ປະ​ທັບ ​ແລະ ສັນ​ຍາ​ລັກ​ຂອງ​ສະ​ມາ​ຄົມ

    3.1 ຕາ​ປະ​ທັບ

ສະມາຄົມ ມີຖານະເປັນນິຕິບຸກຄົນ, ມີຕາປະທັບເປັນຂອງຕົນເອງໂດຍແມ່ນອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດເປັນຜູ້ອະນຸມັດຕາມຂະໜາດ, ຮູບແບບ ແລະ ສີນໍ້າມຶກຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ.

    3.2 ສັນ​ຍາ​ລັກ

ສະມາຄົມ ມີສັນຍາລັກເປັນຂອງຕົນເອງໂດຍແມ່ນອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດເປັນຜູ້ອະນຸມັດຕາມຂະໜາດ,​ ຮູບແບບທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ.

ມາດ​ຕາ 4  ເປົ້າໝາຍ ແລະ ຈຸດ​ປະ​ສົງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ

  1. ເປົ້າໝາຍ:

ເປົ້າໝາຍຂອງສະມາຄົມ ແມ່ນເພື່ອປະກອບສ່ວນເຂົ້າໃນແນວທາງນະໂຍບາຍຂອງພັກ  ແລະລັດຖະບານໃນການໂຄສະນາ, ສ້າງຄວາມເຊື່ອໝັ້ນ ແລະ ເຕົ້າໂຮມບັນດານັກທຸລະກິດ, ບໍລິສັດດຳເນີນທຸລະກິດ ໃນການແລກປ່ຽນຂໍ້ມູນຂ່າວສານ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງຊ່ວຍເຫຼືອສັງຄົມ.

  1. ຈຸດປະສົງ:

ຈຸດປະສົງຂອງສະມາຄົມມີດັ່ງນີ້:

  1. ລະດົມ ແລະ ເຕົ້າໂຮມເອົາບັນດານັກທຸລະກິດ, ບໍລິສັດດຳເນີນທຸລະກິດ ທີ່ມາດຳເນີນທຸລະກິດ ແລະ ລົງທຶນໃນທົ່ວປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານ;
  2. ເຕົ້າໂຮມຄວາມສາມັກຄີຂອງນັກທຸລະກິດ ແລະ ສະມາຊິກສະມາຄົມ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດໍາເນີນທຸລະກິດ,​ ເຈັບເປັນ ແລະ ເສຍຊີວິດ;
  3. ລະດົມບັນດານັກທຸລະກິດ, ບໍລິສັດດຳເນີນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນທຶນ, ຊັບສິນ ແລະ ອື່ນໆເພື່ອຊ່ວຍເຫຼືອສັງຄົມ ໃນເມື່ອເກີດໄພພິບັດທາງທຳມະຊາດ ແລະ ໄພພິບັດຕ່າງໆ.

ມາດ​ຕາ 5  ຂະແໜງ​ການ​ເຄື່ອນ​ໄຫວ

ຂະແໜງການເຄື່ອນໄຫວ ຂອງສະມາຄົມ ມີດັ່ງນີ້:

  1. ຂະແໜງການຄ້າ ແລະ ການລົງທຶນດິຈິຕອນ;
  2. ຂະແໜງການສຶກສາ ແລະ ແຮງງານດິຈິຕອນ;
  3. ຂະແໜງໄອຊີທີ ແລະ ດິຈິຕອນ;
  4. ຂະແໜງສົ່ງເສີມທຸລະກິດລິເລີ່ມ;
  5. ຂະແໜງການ ການເງິນເຕັກໂນໂລຊີ (FinTech);
  6. ຂະແໜງການ Digital Media & Content;
  7. ຂະແໜງການ MSME Digitalization;
  8. ຂະແໜງການ Digital Infrastructure.

ມາດ​ຕາ 6  ຂອບ​ເຂດ​ການ​ເຄື່ອນ​ໄຫວ

ສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ແມ່ນ​ອົງການ​ຈັດຕັ້ງສັງຄົມ​ໜຶ່ງ​ທີ່​ມີສະມາຊິກ​ ​ແລະ​ ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດທົ່ວປະເທດ.

ມາດຕາ 7  ຫຼັກການໃນການເຄື່ອນໄຫວຂອງສະມາຄົມ

ຫຼັກການໃນການເຄື່ອນໄຫວຂອງສະມາຄົມ ມີດັ່ງນີ້:

  1. ຕື່ນຕົວສະໝັກໃຈ ປະກອບທຶນ, ຊັບສິນ ແລະ ສະຕິປັນຍາ ເພື່ອສ້າງຕັ້ງສະມາຄົມໄອຊີທີ ແລະ ດິຈິຕອນ ລາວ;
  2. ບໍ່ຫວັງຜົນກຳໄລ;
  3. ເຄື່ອນໄຫວເປັນປະຈຳ;
  4. ກຸ້ມຕົນເອງທາງດ້ານການເງິນ, ​ເຕັກນິກ ​ແລະ ວິຊາ​ການ;
  5. ໂປ່ງໃສ, ເປີດເຜີຍ, ມີປະຊາທິປະໄຕ ແລະ ມີຄວາມສະເໝີພາບ;
  6. ຮັບຜິດຊອບດ້ວຍຕົນເອງຕໍ່ໜ້າກົດໝາຍທຸກການເຄື່ອນໄຫວຂອງສະມາຄົມ;
  7. ຂົນ​ຂວາຍ​​ທຶນ​ຈາກພາຍໃນ ແລະ ​ຕ່າງ​ປະ​ເທດ ​ເພື່ອ​ມາ​ຊ່ວຍ​ເຫຼືອຕາມຈຸດປະສົງຂອງສະມາຄົມ.

ມາດຕາ 8  ສິດ ​ແລະ ໜ້າ​ທີ່​ຂອງ​ສະມາຄົມ

ສິດ ແລະ ໜ້າທີ່ຂອງສະມາຄົມ ມີດັ່ງນີ້:

  1. ເຄື່ອນໄຫວຕາມແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ, ລະບຽບການຂອງລັດທີ່ກ່ຽວຂ້ອງ ແລະ ກົດລະບຽບຂອງຕົນ;
  2. ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ​ແລະ ພະແນກການຂັ້ນແຂວງ, ຫ້ອງການຂັ້ນເມືອງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຂຶ້ນແຜນ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນ;
  3. ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນ (ຜົນສໍາເລັດດ້ານວຽກງານ, ສະພາບລາຍຮັບ-ລາຍຈ່າຍການເງິນ ແລະ ວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ) ໃຫ້ອົງການອະນຸມັດສ້າງຕັ້ງ ແລະ ຂະແໜງການທີ່ກ່ຽວຂ້ອງ ເປັນປົກກະຕິໜຶ່ງຄັ້ງຕໍ່ປີ ຫຼື ຕາມຄວາມຮຽກຮ້ອງຕ້ອງການໃນເວລາຈຳເປັນ;
  4. ລະດົມຂົນຂວາຍ ແລະ ຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອ, ການບໍລິຈາກທຶນ, ຊັບສິນ ຈາກບຸກຄົນ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ບົນພື້ນຖານປະ​ຕິ​ບັດ​ຕາມກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ;
  5. ໃຫ້ການສະໜັບສະໜູນດ້ານມະນຸດສະທໍາ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ;
  6. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ.

ມາດຕາ 9 ພັນທະ​ຂອງ​ສະມາຄົມ

ສະມາຄົມ ມີພັນທະດັ່ງນີ້:

  1. ລາຍ​ງານ​ປະ​ຈໍາປີ​ໃຫ້​ອົງການ​​ອະນຸມັດ​ສ້າງ​ຕັ້ງ ​ແລະ ອົງການ​ຈັດ​ຕັ້ງ​ລັດ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ສະພາບ​ການຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ, ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານຂອງ​ສະມາຄົມ;
  2. ເຄື່ອນ​ໄຫວ​ພົວພັນກັບຂົງ​ເຂດ​, ຂະ​ແໜງ​ການ​ໃດ ຕ້ອງ​ຢູ່​ພາຍໃຕ້​ການ​ຄຸ້ມ​ຄອງ​ລັດ, ​ຂອງ​ຂົງ​ເຂດ​, ແລະ ຂະແໜງ​ການ​ນັ້ນ;
  3. ການລະດົມ​ທຶນ, ຊັບ​ສິນ​ຂອງ​ສະມາຄົມ ຫຼື ຮັບ​ເອົາ​ການ​ບໍລິຈາກ, ການ​ຊ່ວຍ​ເຫຼືອ​ຈາກ​ບຸກຄົນ ແລະ ນິຕິບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ​ໃຫ້​ສອດຄ່ອງ​ກັບ​ຈຸດປະສົງ​ຂອງ​ສະມາຄົມ;
  4. ນຳ​ໃຊ້​ທຶນ, ຊັບ​ສິນ​ທັງ​ໝົດ​ຂອງ​ສະມາຄົມທີ່​ລະດົມ​ມາ​ໄດ້ ​ໃຫ້​ສອດຄ່ອງ​ກັບ​ຈຸດປະສົງ, ​ເປົ້າ​ໝາຍ​ຂອງ​ສະມາຄົມ;
  5. ປະຕິ​ບັດ​ຕາມ​​ກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ​ກັບ​ການ​ບັນຊີ, ການກວດ​ສອບ ​ແລະ ກົດ​ລະບຽບ​ຂອງ​ສະມາຄົມ;
  6. ປະຕິບັດ​ພັນທະ​ອື່ນໆ​ທີ່​ກຳນົດ​ໄວ້​ໃນກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ.

ໜວດທີ II

ໂຄງປະກອບການຈັດຕັ້ງຂອງ​ສະມາຄົມ

ມາດຕາ 10 ​ໂຄງ​ປະກອບກົງຈັກ

ສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ​ມີ​ໂຄງ​ປະກອບ​ກົງຈັກ ​ດັ່ງ​ນີ້:

  1. ຫ້ອງການ​ສະມາຄົມ;
  2. ໜ່ວຍ​ງານວິຊາ​ການຈຳນວນ​ໜຶ່ງ​ທີ່​ຈຳ​ເປັນຂອງສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ.

ມາດຕາ 11 ຫ້ອງການຂອງສະມາຄົມ.

ຫ້ອງການສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ແມ່ນສຳນັກງານບ່ອນຕິດຕໍ່ພົວພັນວຽກ​ງານຂອງສະມາຄົມ ເຊິ່ງມີຄະນະເລຂາທິການເປັນຜູ້ເຮັດວຽກປະຈຳວັນ ແລະ ເຄື່ອນໄຫວຢູ່ພາຍໃຕ້ການຊີ້ນຳຂອງປະທານສະມາຄົມ.

ມາດຕາ 12 ໜ່ວຍງານວິຊາການ 

ສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ສາມາດສ້າງຕັ້ງໜ່ວຍງານວິຊາການຈຳນວນໜຶ່ງຂຶ້ນໄດ້ ຕາມການຕົກລົງເຫັນດີຂອງຄະນະບໍລິຫານສະມາຄົມ ແລະ ຕາມນິຕິກຳ ຫຼື ລະບຽບການຂອງລັດກຳນົດ ພ້ອມທັງປະກອບພະນັກງານເຂົ້າໃນຕຳແໜ່ງຕ່າງໆຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ. ກອງເລຂາສັງກັດຢູ່ຫ້ອງການຂອງສະມາຄົມ ເຊິ່ງຈະໄດ້ກຳນົດໜ້າວຽກສະເພາະຂອງແຕ່ລະໜ່ວຍງານບົນພື້ນຖານ ຈຸດປະສົງ ແລະ ກົດລະບຽບຂອງສະມາຄົມ.

ມາດຕາ 13 ໂຄງປະກອບບຸກຄະລາ​ກອນ

ສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ມີ​ໂຄງ​ປະກອບ​ບຸກຄະລາ​ກອນ ​ດັ່ງ​ນີ້:

  1. ຄະນະບໍລິຫານ (ປະທານ, ຮອງ​ປະທານຜູ້ປະຈຳການ ​ແລະ ຮອງປະທານ);
  2. ຄະນະກວດກາ;
  3. ຄະນະເລຂາທິການ;
  4. ສະມາຊິກ.​

ມາດຕາ 14 ຄະນ­­­ະບໍລິຫານ­­­ສະມາຄົມ 

ຄະນະບໍລິຫານສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ແມ່ນສະມາຊິກສາມັນ ແລະ ມີພາລະບົດບາດຊີ້ນຳ, ນຳພາທຸກການເຄື່ອນໄຫວ ແລະ ຕົກລົງບັນຫາສຳຄັນຂອງສະມາຄົມ.

ຄະນະບໍລິຫານສະມາຄົມ ມີຢ່າງໜ້ອຍ 03 ທ່ານ ຂຶ້ນໄປ ຊຶ່ງຖືກເລືອກຕັ້ງໂດຍສະມາຊິກສາມັນ ໃນກອງປະຊຸມໃຫຍ່ ຫຼື ກອງປະຊຸມໃຫຍ່ວິສາມັນຂອງສະມາຄົມ ແລະ ມີວາລະການດຳລົງຕຳແໜ່ງສະໄໝລະ 03 ປີ; ເມື່ອຄະນະບໍລິຫານສະມາຄົມດໍາລົງຕຳແໜ່ງຄົບຕາມວາລະແລ້ວ ແຕ່ຄະນ­­ະບໍລິຫານຊຸດໃໝ່ຍັງບໍ່ທັນໄດ້ຮັບການຮັບ ຮອງຈາກອົງການ​​ອະນຸມັດ​ສ້າງ​ຕັ້ງ ແມ່ນໃຫ້ຄະນ­ະບໍລິຫານ­ຊຸດເກົ່າຮັກສາການຊົ່ວຄາວໄປກ່ອນ ແຕ່ບໍ່ໃຫ້ເກີນ 90 ວັນ.

ໃນກໍລະນີຄະນະບໍລິຫານ ທ່ານໃດທ່ານໜຶ່ງວ່າງກ່ອນຄົບກຳນົດ ແມ່ນໃຫ້ຈັດກອງປະຊຸມໃຫຍ່ວິສາມັນຂອງສະມາຄົມ ເພື່ອຄັດເລືອກຜູ້ມາແທນຕຳແໜ່ງທີ່ວ່າງ. ວາລະການດຳລົງຕຳແໜ່ງເທົ່າກັບສະໄໝຂອງຄະນະບໍລິຫານທີ່ດຳລົງຕຳແໜ່ງຢູ່ນັ້ນ.

ມາດຕາ 15 ມາດຖານ ແລະ ເງື່ອນໄຂການເປັນຄະນະບໍລິຫານ

  1. ມີປະສົບການໃນການເຮັດວຽກດ້ານບໍລິຫານທຸລະກິດກ່ຽວຂະແຫນງການ ໄອຊີທີ ຫລາຍກວ່າ 05 ປີ;
  2. ລະດັບການສຶກສາ ປະລິນຍາຕີຂຶ້ນໄປ;
  3. ສາມາດສື່ສານພາສາຕ່າງປະເທດ ໄດ້ 02 ພາສາຂຶ້ນໄປ;
  4. ຖືສັນຊາດລາວ;
  5. ຖືກເລືອກຈາກຄະນະບໍລິຫານງານ ແລະ ສະມາຊິກ ໃນກອງປະຊຸມສະໄຫມສາມັນ.

ມາດຕາ 16 ສິດ ແລະ ໜ້າທີ່ຂອງຄະນ­­­ະບໍລິຫານ­­­­­­­­ສະມາຄົມ

ຄະນ­­­ະບໍລິຫານ­­­­­­­­ຂອງສະມາຄົມ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ບໍລິຫານວຽກຂອງສະມາຄົມຢ່າງຮອບຄອບ, ມີຄວາມໂປ່ງໃສ ແລະ ບັນລຸຕາມຈຸດປະສົງທີ່ກຳນົດໄວ້;
  2. ພິຈາລະນາ ແລະ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ, ແຜນງົບປະມານ (ລາຍຮັບ-ລາຍຈ່າຍ) ທັງໄລຍະສັ້ນ ແລະ ໄລຍະຍາວຂອງສະມາຄົມ;
  3. ຄຸ້ມຄອງລວມກ່ຽວກັບການເງິນ ແລະ ຊັບສິນຕ່າງໆຂອງສະມາຄົມ;
  4. ພິຈາລະນາ ແລະ ຮັບຮອງເອົາລະບຽບການຕ່າງໆ ເພື່ອບັນລຸຕາມແຜນການເຄື່ອນໄຫວວຽກງານຂອງສະມາຄົມ;
    1. ພິຈາລະນາຕົກລົງແຕ່ງຕັ້ງ ແລະ ປົດຕຳແໜ່ງ ຜູ້ອຳນວຍການ, ສະມາຊິກ, ພະນັກງານວິຊາການ ແລະ ອາສາສະໝັກ ຂອງສະມາຄົມບົນພື້ນຖານຄວາມໂປ່ງໃສ ແລະ ຍຸຕິທໍາ;
    2. ພິຈາລະນາຕົກລົງໃນການເຊື້ອເຊີນຜູ້ຊົງຄຸນວຸດທິ, ຜູ້ຊົງກຽດ ຫຼື ບຸກຄົນທີ່ໄດ້ສ້າງຄຸນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ສະມາຄົມ ມາເປັນສະມາຊິກກິດຕິມະສັກ;
    3. ສະເໜີບັນຫາຕ່າງໆ ແລະ ລາຍງານການເຄື່ອນໄຫວວຽກງານຂອງສະມາຄົມ ໃຫ້ອົງການຈັດຕັ້ງລັດທີ່ກ່ຽວຂ້ອງຊາບເປັນແຕ່ລະໄລຍະ;
    4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການຂອງລັດທີ່ກ່ຽວຂ້ອງ ແລະ ກົດລະບຽບຂອງສະມາຄົມ.

ມາດຕາ 17 ການພົ້ນຈາກຕໍາແໜ່ງຂອງຄະນະບໍລິຫານສະມາຄົມ

ຄະນະບໍລິຫານສະມາຄົມ ຈະພົ້ນຈາກຕຳແໜ່ງ ໃນກໍລະນີດັ່ງນີ້:

  1. ຄົບວາລະ; 
  2. ລາອອກ;
  3. ກອງປະຊຸມໃຫຍ່ ຫຼື ກອງປະຊຸມໃຫຍ່ວິສາມັນ ມີມະຕິໃຫ້ອອກຈາກຕໍາແໜ່ງ ໃນກໍລະນີການເຄື່ອນໄຫວບໍ່ສອດຄ່ອງກົດລະບຽບຂອງສະມາຄົມ ແລະ ເຮັດໃຫ້ເກີດຄວາມເສື່ອມເສຍໃຫ້ແກ່ສະມາຄົມ;
  4. ເສຍຊີວິດ.

ມາດຕາ 18 ປະທານ ແລະ ຮອງປະທານສະມາຄົມ 

ປະທານ ແລະ ຮອງປະທານສະມາຄົມ ແມ່ນຄະນະບໍລິຫານ ເຊິ່ງຖືກຄັດເລືອກ ແລະ ແຕ່ງຕັ້ງໂດຍຄະນະບໍລິຫານສະມາຄົມ ແລະ ໄດ້ຮັບການຮັບຮອງຈາກອົງການທີ່ມີສິດອະນຸມັດສ້າງຕັ້ງ.

  1. ປະທານສະມາຄົມ ມີພາລະບົດບາດໃນການບໍລິຫານວຽກງານຂອງສະມາຄົມໃຫ້ດຳເນີນໄປຕາມແຜນການ ແລະ ຈຸດປະສົງຂອງສະມາຄົມ ທີ່ກຳນົດໄວ້;
  2. ຮອງປະທານສະມາຄົມ ເປັນຜູ້ຊ່ວຍປະທານສະມາຄົມໃນການບໍລິຫານວຽກງານຂອງສະມາຄົມ, ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງປະທານ,  ປະຕິບັດໜ້າທີ່ແທນປະທານເມື່ອປະທານບໍ່ຢູ່ ຫຼື ບໍ່ສາມາດຈະປະຕິບັດໜ້າທີ່ໄດ້.

ມາດຕາ 19 ມາດຖານ ແລະ ເງື່ອນໄຂການເປັນປະທານສະມາຄົມ

  1. ມີປະສົບການໃນການເຮັດວຽກດ້ານບໍລິຫານທຸລະກິດກ່ຽວຂະແຫນງການ ໄອຊີທີ ຫລາຍກວ່າ 05 ປີ;
  2. ລະດັບການສຶກສາ ປະລິນຍາຕີຂຶ້ນໄປ;
  3. ສາມາດສື່ສານພາສາຕ່າງປະເທດ ໄດ້ 02 ພາສາຂຶ້ນໄປ;
  4. ຖືສັນຊາດລາວ;
  5. ຖືກເລືອກຈາກຄະນະບໍລິຫານງານ ແລະ ສະມາຊິກ ໃນກອງປະຊຸມສະໄຫມສາມັນ.

ມາດຕາ 20 ສິດ ແລະ ໜ້າທີ່ຂອງປະທານສະມາຄົມ

ປະທານສະມາຄົມມີສິດ ແລະ ໜ້າທີ່ດັ່ງນີ້:

  1. ເປັນຫົວໜ້າໃນການບໍລິຫານວຽກງານຂອງສະມາຄົມ;
  2. ຊີ້ນຳ ແລະ ນຳພາການເຄື່ອນໄຫວວຽກງານໃຫ້ບັນລຸຕາມແຜນການ ແລະ ຈຸດປະສົງຂອງສະມາຄົມ;
  3. ພິຈາລະນາລົງລາຍເຊັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ປົດຕຳແໜ່ງຜູ້ອຳນວຍການ, ສະມາຊິກ, ຮັບເອົາພະນັກງານວິຊາການ ແລະ ອາສາສະໝັກ ເພື່ອບັນຈຸເຂົ້າໃນໜ່ວຍງານຕ່າງໆ ຕາມຄວາມຮຽກຮ້ອງຕ້ອງການ ແລະ ການຕົກລົງເຫັນດີຂອງຄະນະບໍລິຫານສະມາຄົມ;
  4. ເປັນຕົວແທນສະມາຄົມ ໃນການຕິດຕໍ່ປະສານງານກັບບຸກຄົນ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ;
  5. ເປັນຜູ້ຮຽກປະຊຸມ, ເປັນປະທານກອງປະຊຸມຄະ­­­ນະບໍລິຫານ­­­, ກອງປະຊຸມໃຫຍ່ ແລະ ກອງປະຊຸມອື່ນໆຂອງສະມາຄົມ;
  6. ເປັນຜູ້ລົງລາຍເຊັນຮັບຮອງ ແລະ ຢັ້ງຢືນຄວາມຖືກຕ້ອງໃນບົດລາຍງານ ແລະ ເອກະສານສຳຄັນຕ່າງໆຂອງສະມາຄົມ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ໄດ້ກຳນົດໄວ້ໃນມະຕິຕົກລົງຂອງຄະນະບໍລິຫານ, ກົດລະບຽບຂອງສະມາຄົມ, ກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງວາງອອກ.

ມາດຕາ 21 ຄະນະກວດກາ

ຄະນະກວດກາສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ແມ່ນສະມາຊິກສາມັນອິດສະຫຼະຈາກສະມາຄົມ ຫຼື ຕາງໜ້າຈາກຮອງປະທານຜູ້ປະຈຳການ ແລະ ມີພາລະບົດບາດ ກວດກາທຸກການເຄື່ອນໄຫວຂອງສະມາຄົມ ແລະ ການເຄື່ອນໄຫວຂອງຄະນະບໍລິຫານຂອງສະມາຄົມ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວ, ແຜນງົບປະມານ ແລະ ການຄຸ້ມຄອງຊັບສິນຂອງສະມາຄົມ ໃຫ້ຖືກຕ້ອງຕາມມະຕິກອງປະຊຸມໃຫຍ່, ກົດລະບຽບຂອງສະມາຄົມ ແລະ ກົດໝາຍຂອງລັດທີ່ກ່ຽວຂ້ອງ.

ຄະນະກວດກາສະມາຄົມ ມີຢ່າງໜ້ອຍ 03 ທ່ານ ຂຶ້ນໄປ ຊຶ່ງຖືກເລືອກຕັ້ງໂດຍສະມາຊິກສາມັນ ໃນກອງປະຊຸມໃຫຍ່ ຫຼື ກອງປະຊຸມໃຫຍ່ວິສາມັນຂອງສະມາຄົມ ແລະ ເລີ່ມປະຕິບັດໜ້າທີ່ ພາຍຫຼັງມີມະຕິກອງປະຊຸມໃຫຍ່ ຫຼື ກອງປະຊຸມໃຫຍ່ວິສາມັນຂອງສະມາຄົມ ໂດຍມີວາລະການດຳລົງຕຳແໜ່ງສະໄໝລະ 3 ປີ; 

ໃນກໍລະນີຄະນະກວດກາສະມາຄົມ ທ່ານໃດທ່ານໜຶ່ງວ່າງກ່ອນຄົບກໍານົດແມ່ນໃຫ້ຈັດກອງປະຊຸມໃຫຍ່ວິສາມັນຂອງສະມາຄົມ ເພື່ອຄັດເລືອກມາແທນຕຳແໜ່ງທີ່ວ່າງ. ວາລະການດຳລົງຕຳແໜ່ງເທົ່າກັບສະໄໝຂອງຄະນະກວດກາສະມາຄົມທີ່ດຳລົງຕຳແໜ່ງຢູ່ນັ້ນ.

ມາດຕາ 22 ສິດ ແລະ ໜ້າທີ່ຂອງຄະນະກວດກາ

ຄະນະກວດກາ ມີສິດ ແລະ ໜ້າທີ່ດັ່ງນີ້

  1. ດຳເນີນການກວດກາການຄຸ້ມຄອງບໍລິຫານຂອງຄະນະບໍລິຫານ, ການໃຊ້ຈ່າຍການເງິນ ​ແລະ ຊັບ​ສິນຂອງສະມາຄົມ ​ເປັນປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ ຢ່າງເປັນປົກກະຕິ; ພ້ອມທັງເຮັດບົດບັນທຶກຜົນການກວດກາ ຫຼື ບັນຫາຕ່າງໆທີ່ພົບເຫັນ ໃນການກວດກາປະຈໍາປີ ໂດຍເຊັນຮັບຮູ້ຈາກປະທານສະມາຄົມ ເພື່ອໃຫ້ຄະນະບໍລິຫານສະມາຄົມ ຫຼື ຜູ້ກ່ຽວຂ້ອງ ຫາຊ່ອງທາງປັບປຸງແກ້ໄຂ;
  2. ດຳເນີນການກວດກາເປັນປົກກະຕິກ່ຽວກັບການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່, ກວດສອບການປະຕິບັດນະໂຍບາຍຕໍ່ສະມາຊິກສະມາຄົມ ແລະ ກວດກາໃນກໍລະນີ ທີ່ມີປະກົດການລະເມີດກົດລະບຽບ ຫຼື ແບບແຜນວິທີການເຄື່ອນໄຫວຂອງສະມາຄົມ;
  3. ພິຈາລະນາແກ້ໄຂຕໍ່ກັບຄຳສະເໜີ ຫຼື ຄຳຮ້ອງຕ່າງໆຂອງປະທານ, ຮອງປະທານຜູ້ປະຈຳການ, ຮອງປະທານ, ສະມາຊິກ, ຄະນະເລຂາທິການ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ສະມາຄົມເຫັນວ່າຈຳເປັນ.

ມາດຕາ 23 ການພົ້ນຈາກຕໍາແໜ່ງຂອງຄະນະກວດກາ

ຄະນະກວດກາ ຈະພົ້ນຈາກຕຳແໜ່ງ ໃນກໍລະນີດັ່ງນີ້:

  1. ຄົບວາລະ; 
  2. ລາອອກ;
  3. ກອງປະຊຸມໃຫຍ່ ຫຼື ກອງປະຊຸມໃຫຍ່ວິສາມັນ ມີມະຕິໃຫ້ອອກຈາກຕໍາແໜ່ງ ໃນກໍລະນີການ
    ເຄື່ອນໄຫວບໍ່ສອດຄ່ອງກົດລະບຽບຂອງສະມາຄົມ ແລະ ເຮັດໃຫ້ເກີດຄວາມເສື່ອມເສຍໃຫ້ແກ່ສະມາຄົມ;
  4. ເສຍຊີວິດ.

ມາດຕາ 24 ຄະນະເລຂາທິການ

ຄະນະເລຂາທິການສະມາຄົມ ແມ່ນພົນລະເມືອງລາວ ທີ່ໄດ້ຮັບມາຈາກການແຕ່ງຕັ້ງຂອງປະທານສະມາຄົມຕາມການຕົກລົງເຫັນດີຂອງຄະນະບໍລິຫານສະມາຄົມ.

ມາດຕາ 25 ສິດ ແລະ ໜ້າທີ່ຂອງຄະນະເລຂາທິການສະມາຄົມ

ຄະນະເລຂາທິການສະມາຄົມ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ເປັນຫົວໜ້າບໍລິຫານວຽກງານປະຈຳວັນຂອງຫ້ອງການສະມາຄົມ;
  2. ພົວພັນປະສານງານກັບພາກສ່ວນຕ່າງໆທີ່​ກ່ຽວຂ້ອງ ຕາມການມອບໝາຍຂອງປະທານສະມາຄົມ;
  3. ສະຫຼຸບ ແລະ ລາຍງານສະພາບການເຄື່ອນໄຫວວຽກງານ, ການເງິນ ແລະ ຊັບສິນຂອງສະມາຄົມ ຕໍ່ປະທານ ແລະ ຄະນະບໍລິຫານສະມາຄົມ ຊາບເປັນລາຍເດືອນ, ໄຕມາດ ແລະ ປະຈຳປີ;
  4. ກະກຽມ ແລະ ຈັດສົ່ງລາຍງານປະຈຳປີກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງສະມາຄົມ ໃຫ້ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ​ແລະ ອົງການ​ທີ່​ມີ​ສິດ​ອະນຸມັດ​ສ້າງ​ຕັ້ງຊາບ;
  5. ບັນທຶກ, ກະກຽມເນື້ອໃນ, ເອກະສານຕ່າງໆໃນກອງປະຊຸມຄະນະບໍລິຫານ, ກອງປະຊຸມຄະນະກວດກາ, ກອງປະຊຸມປະຈຳປີ ແລະ ກອງປະຊຸມໃຫຍ່ຂອງສະມາຄົມ;
  6. ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຂອງປະທານ, ຮອງປະທານຜູ້ປະຈໍາການ, ຮອງປະທານ, ຄະນະບໍລິຫານ ແລະ ຄະນະກວດກາສະມາຄົມ;
  7. ສະເໜີປະທານສະມາຄົມພິຈາລະນາແຕ່ງຕັ້ງ ແລະ ຮັບເອົາພະນັກງານວິຊາການ ແລະ ອາສາສະໝັກ ເພື່ອບັນຈຸເຂົ້າໃນໜ່ວຍງານຕ່າງໆຕາມຄວາມຮຽກຮ້ອງຕ້ອງການຂອງສະມາຄົມ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງສະມາຄົມ.

ໝວດ​ທີ III

ສະ​ມາ​ຊິກ​ສະ​ມາ​ຄົມ

ມາດ​ຕາ 26 ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ

ສະມາຄົມ ໄອຊີທີ ແລະ ດິຈິຕອນ ​ລາວ ປະກອບ​ມີສະ​ມາ​ຊິກ 06 ປະ​ເພດ​ຄື:​

  1. ສະ​ມາ​ຊິກ Gold​;
  2. ສະ​ມາ​ຊິກ​ Silver​;
  3. ສະ​ມາ​ຊິກ​ Bronze;
  4. ​ສະມາຊິກ Ordinary;
  5. ສະມາຊິກ Affiliate;
  6. ສະມາຊິກ Individual.

ມາດຕາ​ 27 ສະມາຊິກ Gold, Silver, Bronze

ສະມາຊິກ​ Gold, Silver, Bronze ແມ່ນ​ບໍລິສັດຂອງລາວ ​ຫຼື​ ພົນລະ​ເມືອງ​ລາວ ​ໂດຍມີ​ເງື່ອນ​ໄຂດັ່ງນີ້:

  1. ມີຄວາມຕື່ນ​ຕົວ​ສະໝັກ​ໃຈເຂົ້າຮ່ວມໃນສະມາຄົມ;
  2. ​ມີ​ອາຍຸ​ແຕ່ 18 ປີ​ຂຶ້ນ​ໄປ;
  3. ສຸຂະພາບ​ແຂງ​ແຮງ​ດີ;
  4. ມີ​ປະຫວັດ​ການ​ດຳລົງ​ຊີວິດ​ທີ່​ດີ (ບໍ່​ເຄີຍ​ຖືກສານ​ຕັດສິນ​ລົງ​ໂທດ​ມາ​ກ່ອນ);
  5. ​ເປັນ​ຜູ້​ເຫັນ​ດີ​ເຫັນ​ພ້ອມ​ໃນ​ກົດ​ລະບຽບ​ຂອງ​ສະມາຄົມ.

ມາດຕາ 28 ສະມາຊິກ Ordinary, Affiliate, Individual​

ສະມາຊິກ Ordinary, Affiliate, Individual ແມ່ນ​ບໍລິສັດຂອງລາວ ​ຫຼື​ ພົນລະ​ເມືອງ​ລາວ ທີ່ມີຄວາມເຫັນດີເຫັນພ້ອມນຳກົດລະບຽບຂອງສະມາຄົມ, ມີຄວາມຕື່ນຕົວສະໝັກໃຈເຂົ້າຮ່ວມ, ປະກອບສ່ວນ, ສົມທົບນຳສະມາຄົມ.

ສະມາຊິກ Ordinary, Affiliate, Individual ບໍ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງເຂົ້າໃນຕຳແໜ່ງຄະນະບໍລິຫານ, ຄະນະກວດກາ ແລະ ສິດລົງຄະແນນສຽງຕົກລົງກ່ຽວກັບບັນຫາຕ່າງໆຂອງສະມາຄົມ.

ມາດຕາ 29 ຜົນ​ປະ​ໂຫຍດ​ຂອງ​ສະມາຊິກ

ສະມາຊິກຂອງສະມາຄົມ ໄດ້ຮັບຜົນ​ປະ​ໂຫຍດ​ດັ່ງນີ້:

  1. ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ແລະ ຂໍ້​ມູນ​ຕ່າງໆ​ກ່ຽວຂ້ອງ​ກັບ​ສະມາຄົມ;
  2. ໄດ້​ຮັບ​ສິດ​ເຂົ້າຮ່ວມ​ກິດຈະກຳ​ຕ່າງ​ໆ​ຂອງ​ສະມາຄົມ​ໂດຍ​ອີງ​ໃສ່​ຄວາມ​ສົນ​ໃຈ ​ແລະ ຄວາມ​ເໝາະ​ສົມ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ສະມາຄົມ;
  3. ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕ່າງໆ​ຕາມນະໂຍບາຍຂອງ​ສະມາຄົມ.

ມາດຕາ 30 ຄ່າ​ລົງ​ທະ​ບຽນ ແລະ ຄ່າ​ບຳ​ລຸງ​ສະ​ມາ​ຄົມຂອງສະມາຊິກ

ຄ່າ​ລົງ​ທະ​ບຽນ ແລະ ຄ່າ​ບຳ​ລຸງ​ສະ​ມາ​ຄົມ ມີດັ່ງນີ້:

  1. ສະມາຊິກ Gold ຄ່າລົງທະບຽນ 25,000,000 ກີບ ຕໍ່ປີ
  2. ສະມາຊິກ Silver ຄ່າລົງທະບຽນ 10,000,000 ກີບ ຕໍ່ປີ
  3. ສະມາຊິກ Bronze ຄ່າລົງທະບຽນ 5,000,000 ກີບ ຕໍ່ປີ
  4. ສະມາຊິກ Ordinary ຄ່າລົງທະບຽນ 2,000,000 ກີບ ຕໍ່ປີ
  5. ສະມາຊິກ Affiliate ຄ່າລົງທະບຽນ 1,500,000 ກີບ ຕໍ່ປີ
  6. ສະມາຊິກ Individual ຄ່າລົງທະບຽນ 300,000 ກີບ ຕໍ່ປີ

ມາດຕາ 31 ການ​ສິ້ນ​ສຸດ​ການ​ເປັນ​ສະມາຊິກ

ສະມາຊິກ​ ຈະ​ສິ້ນ​ສຸດ​ສະຖານະ​ພາບ​ການ​ເປັນ​ສະມາຊິກ​ຂອງ​ສະມາຄົມ ມີ​ດັ່ງ​ນີ້:

  1. ສະໝັກ​ໃຈ​ລາ​ອອກ;
  2. ກະທຳ​ຜິດ​ຕໍ່​ກົດໝາຍ, ລະ​ເມີດ​ກົດ​ລະບຽບ​ຂອງ​ສະມາຄົມ ​ແລະ​ ນິຕິ​ກຳ​ອື່ນໆ​ຢ່າງ​ຮ້າຍ​ແຮງ​ ເຊິ່ງຄະນະ​ບໍລິຫານ​ສະມາຄົມ ຈະ​ເປັນ​ຜູ້​ພິຈາລະນາ​ຕົກລົງ​ໃຫ້​ອອກ;
  3. ບໍ່​ຮ່ວມ​ກິດຈະກຳ​ຂອງ​ສະມາຄົມ ​ຕິດ​ຕໍ່​ກັນເປັນ​ເວລາ 05 ຄັ້ງ ຫລື ດຸນພິນິດພິຈາລະນາຈາກທາງຄະນະບໍລິຫານສະມາຄົມ;
  4. ເສຍ​ຊີວິດ.

ໝວດທີ IV

ກອງປະຊຸມຂອງສະມາຄົມ

ມາດຕາ 32 ກອງປະຊຸມຂອງສະມາຄົມ

ກອງປະຊຸມຂອງສະມາຄົມ ມີ 3 ປະເພດຄື:

  1. ກອງປະຊຸມໃຫຍ່;
  2. ກອງປະຊຸມປະຈຳປີ;
  3. ກອງປະຊຸມຄະນະບໍລິຫານ.

ມາດຕາ 33 ກອງປະຊຸມໃຫຍ່ຂອງສະມາຄົມ

ກອງປະຊຸມໃຫຍ່ຂອງສະມາຄົມ ແມ່ນອົງການນຳສູງສຸດຂອງສະມາຄົມ ໄຂຂຶ້ນໂດຍການເຂົ້າຮ່ວມຂອງສະມາຊິກຂອງສະມາຄົມ. ສະມາຄົມໄອຊີທີ ແລະ ດິຈິຕອນ ຈັດກອງປະຊຸມໃຫຍ່ຂອງຕົນ 01 ປີຕໍ່ໜຶ່ງຄັ້ງ, ແຕ່ຖ້າມີຄວາມຈໍາເປັນ ຫຼື ມີວຽກດ່ວນ ກໍ່ສາມາດຈັດກອງປະຊຸມໃຫຍ່ວິສາມັນຂຶ້ນໄດ້ ເຊິ່ງລະບຽບການຈັດກອງປະຊຸມໃຫຍ່ວິສາມັນ ໂດຍພື້ນຖານແມ່ນປະຕິບັດຄືກັນກັບລະບຽບການຈັດກອງປະຊຸມໃຫຍ່ຂອງສະມາຄົມ.

  1. ລະບຽບການຈັດ​ກອງປະຊຸມ

ກ່ອນໄຂກອງປະຊຸມໃຫຍ່ທຸກຄັ້ງ ສະມາຄົມ ຈະຂໍອະນຸຍາດຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງລ່ວງໜ້າຢ່າງໜ້ອຍ 60 ວັນ ພ້ອມທັງຄັດຕິດເນື້ອໃນກອງປະຊຸມ ແລະ ລາຍຊື່ຜູ້ທີ່ຈະເຂົ້າຄັດເລືອກເປັນຄະນະບໍລິຫານສະມາຄົມ. ຄະນະເລຂາສະມາຄົມຕ້ອງ​ແຈ້ງໃຫ້ສະມາຊິກຊາບ ເປັນລາຍລັກອັກສອນຢ່າງໜ້ອຍ 30 ວັນ ກ່ອນການໄຂກອງປະຊຸມ.

ກອງປະຊຸມຈະໄຂຂຶ້ນໄດ້ກໍ່ຕໍ່ເມື່ອມີສະມາຊິກເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນ ສະມາ ຊິກທັງໝົດ. ໃນກໍລະນີ ຈໍານວນສະມາຊິກຂອງສະມາຄົມ ມີຈໍານວນຫຼວງຫຼາຍ ແມ່ນສາມາດໃຊ້ຮູບແບບຕົວແທນສະມາຊິກ ເພື່ອເປັນເງື່ອນໄຂໃນການຈັດກອງປະຊຸມ ໂດຍຕົວແທນສະມາຊິກ ຕ້ອງເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຕົວແທນທັງໝົດ. ການກໍານົດຈໍານວນຕົວແທນສະມາຊິກ ຕ້ອງກໍານົດເປັນອັດຕາສ່ວນທີ່ຊັດເຈນຄື: ຈໍານວນຕົວແທນທີ່ຕາງໜ້າກຸ່ມ ຫຼື ໜ່ວຍຂອງສະມາຊິກ ແມ່ນກໍານົດເອົາຢ່າງໜ້ອຍ 10% (ສິບສ່ວນຮ້ອຍ) ຂອງຈໍານວນສະມາຊິກໃນກຸ່ມ ຫຼື ໜ່ວຍທັງໝົດ ເພື່ອຕາງໜ້າສະມາຊິກ ໂດຍການຕົກລົງຂອງຄະນະບໍລິຫານ ເພື່ອຮັບປະກັນຄວາມຊັດເຈນ, ຍຸຕິທໍາ ແລະ ໂປ່ງໃສ. ເມື່ອເຖິງເວລາໄຂກອງປະຊຸມແລ້ວ ແຕ່ຜູ້ເຂົ້າຮ່ວມກອງປະຊຸມບໍ່ຄົບຕາມທີ່ກຳນົດໄວ້ ຄະນະບໍລິຫານສະມາຄົມ ຈະໂຈະກອງປະຊຸມ ແລ້ວຮຽກປະຊຸມອີກຄັ້ງໜຶ່ງພາຍໃນ 30 ວັນ.

ສຳລັບກອງປະຊຸມຄັ້ງໃໝ່ນີ້ ຖ້າມີສະມາຊິກ ຫຼື ຕົວແທນສະມາຊິກ ເຂົ້າຮ່ວມເທົ່າໃດກໍ່ຕາມ ໃຫ້ຖືວ່າຄົບຕາມເງື່ອນໄຂຂອງກອງປະຊຸມ. ໃນກໍລະນີເປັນກອງປະຊຸມໃຫຍ່ວິສາມັນ ທີ່ຈະເກີດຂຶ້ນຈາກການຮ້ອງຂໍຂອງສະມາຊິກ; ຫາກສະມາຊິກ ຫຼື ຕົວແທນສະມາຊິກ ບໍ່ຄົບຕາມເງື່ອນໄຂຂອງກອງປະຊຸມ ຖືວ່າກອງປະຊຸມນັ້ນເປັນອັນຍົກເລີກ. 

ມະຕິຂອງກອງປະຊຸມໃຫຍ່ ໃຫ້ຖືເອົາຕາມສຽງສ່ວນຫຼາຍເປັນຫຼັກ. ແຕ່ຖ້າຄະແນນສຽງ ເທົ່າກັນແມ່ນໃຫ້ປະທານເປັນຜູ້ຕັດສິນ.

ໃນກອງປະຊຸມໃຫຍ່ ຖ້າປະທານ ແລະ ຮອງປະທານສະມາຄົມບໍ່ຢູ່ ຫຼື ບໍ່ສາມາດປະຕິບັດໜ້າທີ່ໄດ້ແມ່ນໃຫ້ກໍາມະການຄະນະບໍລິຫານເຮັດໜ້າທີ່ແທນ. 

ພາຍຫຼັງສິ້ນສຸດກອງປະຊຸມໃຫຍ່ ປະທານສະມາຄົມຈະສົ່ງບົດລາຍງານຜົນກອງປະຊຸມໃຫ້ອົງ
ການຈັດຕັ້ງຂອງລັດທີ່ກ່ຽວຂ້ອງຮັບຊາບ ພາຍໃນ 30 ວັນ. ກອງປະຊຸມແຕ່ລະຄັ້ງ ຈະຕ້ອງມີການບັນທຶກ ແລະ ສົ່ງລາຍງານດັ່ງກ່າວໃຫ້ບັນດາສະມາຊິກທຸກໆຄັ້ງ ຢ່າງເປັນລາຍລັກອັກສອນ.

  1. ວາລະກອງປະຊຸມ
  1. ຕາງໜ້າຄະນະບໍລິຫານລາຍງານຜົນສຳເລັດຂອງວຽກງານຕ່າງໆໃນໄລຍະຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ;
  2. ລາຍງານສະພາບການເງິນ, ແຈ້ງບັນຊີລາຍຮັບ-ລາຍຈ່າຍ ແລະ ບັນຊີງົບປະມານຂອງປີ ແລະ ຊ່ວງຜ່ານມາໃຫ້ສະມາຊິກຮັບຮູ້;
  3. ປັງປຸງ ແລະ ຮັບຮອງລະບຽບຂອງສະມາຄົມ (ຖ້າມີ);
  4. ເລືອກຕັ້ງຄະນະບໍລິຫານຊຸດໃຫມ່ ເມື່ອຄົບກຳນົດ;
  5. ເລືອກຕັ້ງຄະນະກວດກາ ເມື່ອຄົບກຳນົດ;
  6. ຍ້ອງຍໍສະມາຊິກ ແລະ ຄູ່ຮ່ວມງານທີ່ມີຜົນງານດີເດັ່ນ (ຖ້າມີ);
  7. ແລະ ຫົວຂໍ້ອື່ນໆ (ຖ້າມີ).
    1. ຜູ້ເຂົ້າຮ່ວມກອງປະຊຸມ
  8. ສະມາຊິກສະມາຄົມ;
  9. ຄະນະບໍລິຫານສະມາຄົມ;
  10. ຄະນະກວດກາສະມາຄົມ;
  11. ຄະນະເລຂາທິ​ການສະມາຄົມ;
  12. ແຂກຮັບເຊີນຈາກພາກລັດ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ;
  13. ແລະ ອື່ນໆ.

ມາດຕາ 34 ກອງປະຊຸມປະຈໍາປີ

ກອງປະຊຸມປະຈຳປີຂອງສະມາຄົມ ແມ່ນກອງປະຊຸມສະຫຼຸບວຽກງານ, ຜ່ານທິດທາງແຜນການໃນປີຕໍ່ໜ້າ ແລະ ຍ້ອງຍໍບຸກຄົນດີເດັ່ນ ໃນການເຄື່ອນໄຫວວຽກງານຂອງສະມາຄົມ ເຊິ່ງຈະຈັດຂຶ້ນໃນຊ່ວງທ້າຍເດືອນ ພະຈິກ ຫຼື ຕົ້ນເດືອນທັນວາຂອງທຸກໆປີ. ລະບຽບ, ການແຈ້ງຂ່າວກອງປະຊຸມ, ການເຂົ້າຮ່ວມກອງປະຊຸມປະຈຳປີ ແມ່ນປະຕິບັດຄືກັນກັບກອງປະຊຸມໃຫຍ່ຂອງສະມາຄົມ. ກອງປະຊຸມແຕ່ລະຄັ້ງ ຈະຕ້ອງມີການບັນທຶກ ແລະ ສົ່ງລາຍງານດັ່ງກ່າວໃຫ້ບັນດາສະມາຊິກທຸກໆຄັ້ງ ຢ່າງເປັນລາຍລັກອັກສອນ.

34.1. ວາລະກອງປະຊຸມ

  1. ຕາງໜ້າຄະນະບໍລິຫານ ລາຍງານຜົນສຳເລັດຂອງວຽກງານໃນໄລຍະ 01 ປີຜ່ານມາ ແລະ ທິດທາງແຜນງການໃນຕໍ່ໜ້າ;
  2. ລາຍງານສະພາບການເງິນ, ແຈ້ງບັນຊີລາຍຮັບ-ລາຍຈ່າຍ ແລະ ບັນຊີງົບປະມານຂອງປີ ແລະ ​ໃນ​ໄລຍະຜ່ານມາໃຫ້ສະມາຊິກຮັບຮູ້;
  3. ຍ້ອງຍໍສະມາຊິກ ແລະ ຄູ່ຮ່ວມງານທີ່ມີຜົນງານດີເດັ່ນ (ຖ້າມີ);
  4. ແລະ ຫົວຂໍ້ອື່ນໆ (ຖ້າມີ).

34.2. ຜູ້ເຂົ້າຮ່ວມກອງປະຊຸມ

  1. ສະມາຊິກສະມາຄົມ;
  2. ຄະນະບໍລິຫານສະມາຄົມ;
  3. ຄະນະກວດກາສະມາຄົມ;
  4. ຄະນະເລຂາທິ​ການສະມາຄົມ;
  5. ແຂກຮັບເຊີນຈາກພາກລັດ ແລະ ຄູ້ຮ່ວມງານທີ່ກ່ຽວຂ້ອງ;
  6. ແລະ ອື່ນໆ.

ມາດຕາ 35 ກອງ​ປະຊຸມ​ຄະນະ​ບໍລິຫານ

ກອງ​ປະຊຸມຄະນະບໍລິຫານສະມາຄົມ ຈະຕ້ອງປະຊຸມກັນຢ່າງໜ້ອຍພາຍໃນ 02 ເດືອນຕໍ່ຄັ້ງ ເພື່ອປຶກສາຫາລືກ່ຽວກັບການບໍລິຫານວຽກງານ ຂອງສະມາຄົມ ແລະ ວາງແຜນການເຄື່ອນໄຫວຕໍ່ໄປ.

ກອງ​ປະຊຸມ​ຂອງ​ຄະນະ​ບໍລິຫານ ຕ້ອງ​ມີ​ສະມາຊິກຄະນະ​ບໍລິຫານ​ເຂົ້າຢ່າງໜ້ອຍ 2/3 (ສອງສ່ວນສາມ) ຂອງ​ຈໍານວນ​ຄະນະ​ບໍລິຫານ​ທັງ​ໝົດ;

ມະຕິ​ກອງ​ປະຊຸມ​ຂອງ​ຄະນະ​ບໍລິຫານ ​ໃຫ້​ຖື​ເອົາ​ຕາມ​ສຽງ​ສ່ວນ​ຫຼາຍ​ເປັນ​ຫຼັກ ​ແຕ່​ຖ້າ​ຄະ​ແນນ​ສຽງ​ເທົ່າ​ກັນ ກໍ່​ໃຫ້​ປະທານ​ເປັນ​ຜູ້​ຕັດສິນ;

ຄະນະ​ບໍລິຫານ​ແຕ່ລະທ່ານ ຈະ​ຕ້ອງ​ໄດ້​ຮັບ​ເອກະສານ​ກ່ຽວ​ກັບ​ກອງ​ປະຊຸມ ​ແລະ ​ແຈ້ງ​ວັນ​ເວລາ ​ແລະ ​ສະຖານ​ທີ່​ປະຊຸມ​ລ່ວງ​ໜ້າ​ກ່ອນ 01 ອາທິດ;

ໃນກອງ​ປະຊຸມ​ຂອງ​ຄະນະ​ບໍລິຫານ ຖ້າ​ປະທານ ​ແລະ ຮອງ​ປະທານ​ສະມາຄົມ ​ບໍ່​ຢູ່ ຫຼື ບໍ່​ສາມາດ​ປະຕິບັດ​ໜ້າ​ທີ່​ໄດ້ ຫຼື ບໍ່ໄດ້ມອບໝາຍໜ້າທີ່ໃຫ້ກໍາມະການຄະນະບໍລິຫານທ່ານໃດໜຶ່ງ ກໍ່​ໃຫ້​ບັນດາ​ກໍາມະການ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ນັ້ນ​ເລືອກຕັ້ງ​ກັນ​ເອງ ​ເພື່ອ​ໃຫ້​ກໍາມະການ​ຜູ້​ໃດ​ຜູ້​ໜຶ່ງ ມາ​ເຮັດ​ໜ້າ​ທີ່​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ນັ້ນ.

ກອງປະຊຸມແຕ່ລະຄັ້ງ ຈະມີການບັນທຶກເປັນລາຍລັກອັກສອນ.

35.1. ວາລະກອງປະຊຸມ

  1. ລາຍງານວຽກງານ ໃນໄລຍະ 03 ເດືອນ ຜ່ານມາ ແລະ ວາງແຜນ  03 ເດືອນຕໍ່ໜ້າ;
  2. ການຮັບເອົາສະມາຊິກໃໝ່ (ຖ້າມີ);
  3. ແລະ ຫົວຂໍ້ອື່ນໆ (ຖ້າມີ).

 35.2. ຜູ້ເຂົ້າຮ່ວມກອງປະຊຸມ:

  1. ຄະນະບໍລິຫານສະມາຄົມ;
  2. ຄະນະກວດກາສະມາຄົມ;
  3. ຄະນະເລຂາທິການສະມາຄົມ.

ໝວດທີ  V

ການ​ປັບ​ປຸງ​ປ່ຽນ​ແປງ​ກົດ​ລະ​ບຽບ, ການໂຮມ, ການແຍກ, ການຍຸບເລີກ 

ແລະ ການ​ແກ້​ໄຂ​ຊັບ​ສິນພາຍ​ຫຼັງການ​ຍຸບ​ເລີກສະ​ມາ​ຄົມ

ມາດຕາ 36 ການປັບປຸງກົດລະບຽບ

ກົດລະບຽບຂອງສະມາຄົມ ສາມາດປັບປຸງແກ້ໄຂ ແລະ ປ່ຽນແປງໄດ້ ໂດຍມະຕິກອງປະຊຸມໃຫຍ່ຂອງສະມາຄົມ ຫຼື ກອງປະຊຸມໃຫຍ່ວິສາມັນຂອງສະມາຄົມ ​ແລະ ຈະ​ມີ​ຜົນ​ບັງຄັບ​​ໃຊ້ ພາຍຫຼັງ​ອົງການຈັດ​ຕັ້ງ​ລັດ​​ທີ່​ກ່ຽວຂ້ອງ​ເຫັນ​ດີ ​ແລະ ອົງການ​ທີ່​ມີ​ສິດ​ອະນຸມັດ​ສ້າງຕັ້ງ​ຮັບຮອງ​​ເອົາ​ຢ່າງ​ເປັນ​ທາງ​ການ.

ມາດຕາ 37 ການໂຮມ ແລະ ການແຍກສະມາຄົມ

ສະມາຄົມ ສາມາດໂຮມ ຫຼື ແຍກໄດ້ ໂດຍມະຕິກອງປະຊຸມໃຫຍ່ຂອງສະມາຄົມ ໃນກອງປະຊຸມດັ່ງກ່າວນີ້ຕ້ອງມີຈຳນວນສະມາຊິກຂອງສະມາຄົມ ເຂົ້າຮ່ວມຢ່າງໜ້ອຍ 3/4 (ສາມສ່ວນສີ່) ຂອງຈໍານວນສະມາຊິກທັງໝົດ ແລະ ຈະ​ມີ​ຜົນ​ບັງຄັບ​​ໃຊ້ ພາຍຫຼັງ​ອົງການຈັດ​ຕັ້ງ​ລັດ​​ທີ່​ກ່ຽວຂ້ອງ​ເຫັນ​ດີ ​ແລະ ອົງການ​ທີ່​ມີ​ສິດ​ອະນຸມັດ​ສ້າງຕັ້ງ​ຮັບຮອງ​​ເອົາ​ຢ່າງ​ເປັນ​ທາງ​ການ.

ມາດຕາ 38 ການຍຸບເລີກສະມາຄົມ.

ຄະນະ​ບໍລິຫານສະມາຄົມ ​ຕ້ອງ​ແຈ້ງ​ເຫດຜົນ​ໃນ​ການ​ຍຸບ​ເລີກ​ສະມາຄົມ ​ໃຫ້ສະມາຊິກ​ຊາບລ່ວງ​ໜ້າ​ 03 ​ເດືອນ. ຫຼັງ​ຈາກ​ນັ້ນ, ຄະນະ​ບໍລິຫານສະມາຄົມ​ ຈະ​ຮຽກປະຊຸມ​ໃຫຍ່ ​ເພື່ອ​ຕັດສິນ​ໃນການ​ຍຸບ​ເລີກສະມາຄົມ​ຕາມ​ກໍລະນີ​ດັ່ງ​ນີ້:

  1. ໃນ​ກອງ​ປະຊຸມ​ໃຫຍ່​ສະມາຄົມ ​ມີ​ມະຕິ​ຕົກລົງ​ໃຫ້​​ຍຸບເລີກ​ ໂດຍ​ການ​ລົງຄະ​ແນນ​ສຽງ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຂອງ​ຈຳນວນ​ສະມາຊິກ​ຂອງ​ສະມາຄົມ;
  2. ສະມາຄົມບໍ່ສາມາດເຄື່ອນໄຫວຕິດຕໍ່ກັນເປັນເວລາ 12 ເດືອນ.

ມາດຕາ 39 ການ​ແກ້​ໄຂຊັບ​ສິນ​ຂອງ​ສະ​ມາ​ຄົມ ພາຍຫຼັງການ​ຍຸບ​ເລີກ

ເມື່ອສະມາຄົມຍຸບເລີກ ດ້ວຍເຫດຜົນໃດກໍ່ຕາມ, ການເງິນ ແລະ ຊັບສິນຂອງສະມາຄົມທີ່ເຫຼືອ ຫຼັງຈາກໄດ້ຊໍາລະໜີ້ສິນເປັນທີ່ຮຽບຮ້ອຍແລ້ວ ຊັບສິນທັງໝົດທີ່ເຫຼືອນັ້ນ ໃຫ້ຄະນະບໍລິຫານສະມາຄົມພິຈາລະນາຊ່ວຍເຫຼືອ, ອະນຸເຄາະ ຫຼື ມອບໃຫ້ສະມາຄົມ/ມູນນິທິອື່ນໆ ຫຼື ມອບໃຫ້ຊຸມຊົນທຸກຍາກ ໂດຍການປະສານສົມທົບກັບອົງການຈັດຕັ້ງລັດທີ່ກ່ຽວຂ້ອງ (ຕາມເງື່ອນໄຂ ແລະ ສະພາບຕົວຈິງທີ່ເໝາະສົມ) ໂດຍອີງຕາມມະຕິຕົກລົງ ຂອງກອງປະຊຸມໃຫຍ່ສະມາຄົມ ຫຼື ກອງປະຊຸມໃຫຍ່ວິສາມັນສະມາຄົມ. ແຕ່​ຖ້າກໍ​ລະນີ​ບໍ່​ມີ​ສະ​ມາ​ຄົມ, ມູນ​ນິ​ທິ​ທີ່​ເຄື່ອນ​ໄຫວ​ຄ້າຍ​ຄື​ກັນ ແມ່ນມອບ​ໃຫ້​ລັດ​ເປັນ​ຜູ້​ຈັດ​ສັນ.

ໝວດທີ VI

​​ແຫຼ່ງລາຍຮັບ ແລະ ລາຍຈ່າຍຂອງສະມາຄົມ

ມາດຕາ 40 ແຫຼ່ງລາຍ​ຮັບຂອງສະມາຄົມ

ແຫຼ່ງລາຍຮັບຂອງສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ໄດ້ມາຈາກແຫຼ່ງຕ່າງໆຄື:

  1. ເງິນທີ່ໄດ້ຈາກການສະໜັບສະໜູນຂອງບຸກຄົນ ຫຼື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດກຳນົດ;
  2. ເງິນບຳລຸງຂອງສະມາຊິກ;
  3. ລາຍໄດ້ມາຈາກການສະໜອງການບໍລິການ ຫຼື ການເຄຶ່ອນໄຫວອື່ນໆ ທີ່ຖືກຕ້ອງຕາມກົດໝາຍ;
  4. ການລະດົມຂົນຂວາຍທຶນດ້ວຍຮູບແບບຕ່າງໆທັງພາຍໃນ ແລະ ຕ່າງປະເທດບົນພື້ນຖານຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງກຳນົດ;
  5. ແລະ ແຫຼ່ງລາຍຮັບອື່ນໆ.

ມາດຕາ 41 ລາຍຈ່າຍຂອງສະມາຄົມ

ລາຍຈ່າຍພື້ນຖານຂອງສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ມີດັ່ງນີ້:

  1. ສະໜັບສະໜູນການດຳເນີນງານຂອງແຜນງານ, ໂຄງການ, ແຜນການ ແລະ ກິດຈະກຳຕ່າງໆ ເພື່ອສາທາລະນະປະໂຫຍດ ແລະ ຕາມຈຸດປະສົງຂອງສະມາຄົມ;
  2. ລາຍ​ຈ່າຍ​ຄ່າ​ຈ້າງງານພະນັກງານ,​ ຄ່າເຊົ່າ​ສຳ​ນັກ​ງານ, ຄ່ານ້ຳ, ຄ່າ​ໄຟຟ້າ, ນ້ຳ​ມັນ​ເຊື້ອ​ໄຟ, ຄ່າ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ ແລະ ສິ່ງ​ຈຳ​ເປັນ​ອື່ນໆ ແຕ່ບໍ່ເກີນ 25% (ຊາວຫ້າສ່ວນຮ້ອຍ) ຂອງແຜນລາຍຈ່າຍປະຈຳປີ;
  3. ລາຍຈ່າຍອື່ນໆທີ່ບໍ່ຂັດກັບຈຸດປະສົງຂອງ​ສະມາຄົມ, ກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງກຳນົດ.

ໝວດທີ VII

ການຄຸ້ມຄອງການເງິນ ແລະ ຊັບສິນຂອງສະມາຄົມ

ມາດ​ຕາ 42 ການຄຸ້ມ​ຄອງ​ການ​ເງິນຂອງ​ສະມາຄົມ

ການຄຸ້ມຄອງການ​​ເງິນ ຂອງສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ແມ່ນເຄື່ອນໄຫວຕາມລະບຽບການເງິນຂອງສະມາຄົມ ດັ່ງນີ້:

  1. ການເງິນ ແລະ ຊັບສິນທັງໜົດ ຂອງສະມາຄົມໄອຊີທີ ແລະ ດິຈິຕອນ ລາວແມ່ນຢູ່ໃນຄວາມຮັບຜິດ ຊອບຂອງຄະນະບໍລິຫານສະມາຄົມ, ເຄື່ອນໄຫວຕາມກົດໝາຍ, ລະບຽບການຂອງລັດ ແລະ ລະບຽບການຄຸ້ມຄອງນຳໃຊ້ງົບປະມານ-ການເງິນ ແລະ ການບັນຊີຂອງ ສປປ ລາວ ກໍານົດ;
  2. ເງິນຂອງສະມາຄົມ ​ແມ່ນຝາກໄວ້ໃນທະນາຄານທີ່ສ້າງຕັ້ງຂຶ້ນຖືກຕ້ອງຕາມກົດໝາຍຂອງ ສປປ ລາວ;
  3. ການເຊັນຊື່ໃສ່ໃບບິນເງິນ ຫຼື ​ເເຊັກເງິນຂອງສະມາຄົມ ແມ່ນມີລາຍເຊັນຂອງປະທານສະມາຄົມ (ຫຼື ຜູ້ທີ່ໄດ້ຮັບສິດຈາກປະທານ) ລົງລາຍເຊັນຮ່ວມກັບຜູ້​ອໍານວຍຂອງສະມາຄົມ;
  4. ປະທານສະມາຄົມ ມີສິດສັ່ງຈ່າຍເງິນຂອງສະມາຄົມແຕ່ລະຄັ້ງ ແມ່ນບໍ່ເກີນ 100,000,000 ກີບ ຖ້າເກີນກວ່ານັ້ນແມ່ນຈະຕ້ອງໄດ້ຮັບອະນຸຍາດຈາກຄະນະບໍລິຫານສະມາຄົມ ຫລື ຜ່ານຂັ້ນຕອນການກວດກາ ຈາກຄະນະກວດສອບຂອງສະມາຄົມ;
  5. ນາຍບັນຊີມີສິດຮັກສາເງິນສົດໄດ້ບໍ່ເກີນຈຳນວນ 5,000,000 ກີບ (ຖ້າເກີນກວ່າຈຳນວນນີ້ ຈະຕ້ອງນຳໄປຝາກໄວ້ທະ​ນາ​ຄານໃນບັນຊີ​ເງິນ​ຝາກຂອງສະມາຄົມພາຍໃນ 07 ວັນ);
  6. ນາຍບັນຊີຈະຕ້ອງເຮັດບັນຊີລາຍຮັບ-ລາຍຈ່າຍການເງິນ ແລະ ຊັບສິນ ແລະ ບັນຊີງົບປະມານໃຫ້ຖືກຕ້ອງຕາມຫຼັກການວິຊາການ. ການຮັບ ຫຼື ການຈ່າຍເງິນທຸກຄັ້ງຈະຕ້ອງມີຫຼັກຖານເປັນລາຍລັກອັກສອນພ້ອມທັງລົງລາຍເຊັນຂອງປະທານສະມາຄົມ (ຫຼື ຜູ້ທີ່ໄດ້ຮັບສິດ ຈາກປະທານ) ຮ່ວມກັບນາຍບັນຊີ ຫຼື ຜູ້ດຳເນີນການແທນພ້ອມທັງຈ້ຳຕາ​ປະ​ທັບ​ຂອງສະມາຄົມທຸກຄັ້ງ;
  7. ປະທານສະມາຄົມລົງລາຍເຊັນ ແລະ ປະກາດໃຊ້ລະບຽບການກ່ຽວກັບການນໍາ​ໃຊ້ການເງິນ ແລະ ຊັບສິນຂອງສະມາຄົມ, ລາຍຮັບ-ລາຍຈ່າຍ ແລະ ອື່ນໆ ​ໂດຍ​ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບ​ການ​ຂອງ​ລັດ ຫຼື ອົງການ​ຈັດ​ຕັ້ງ​ລັດ​ທີ່​ກ່ຽວຂ້ອງ​ກໍານົດ;
  8. ມີລະບົບການຕິດຕາມ ແລະ ກວດກາດ້ານບັນຊີການເງິນ ປະຈຳປີຈາກບໍລິສັດ​ກວດສອບ ພາຍນອກທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ ​ແລະ ລະບຽບການ​ຂອງ​ລັດ​ທີ່​ກ່ຽວຂ້ອງ.

ມາດຕາ 43 ຊັບສິນຂອງສະມາຄົມ

ຊັບສິນ ແລະ ການນໍາໃຊ້ຊັບສິນຂອງສະມາຄົມ ມີດັ່ງນີ້: 

  1. ຊັບສິນຂອງສະມາຄົມຈະຖືກນຳໃຊ້ເຂົ້າໃນກິດຈະກຳຕ່າງໆຂອງສະມາຄົມເທົ່ານັ້ນ, ຊັບສິນຂອງສະມາຄົມ ລວມມີ: ພາຫະນະ, ອຸປະກອນເຄື່ອງມື, ສະຖານທີ່ເຮັດວຽກ, ທີ່ດິນ,  ເຄື່ອງໃຊ້ຫອ້ງການ ແລະ ອື່ນໆ;
  2. ການນຳໃຊ້ຊັບສິນຂອງສະມາຄົມຈະຕ້ອງປະຕິບັດຕາມກົດລະບຽບຂອງ​ສະມາຄົມ, ກົດໝາຍ ​ແລະ ລະບຽບການຂອງ​ລັດທີ່​ກ່ຽວຂ້ອງ​ກໍານົດ ເພື່ອຮັບປະກັນໃຫ້ມີການນຳໃຊ້ຢ່າງເໝາະສົມ.

ໝວດ​ທີ VIII

ການ​ຍ້ອງຍໍ ​ແລະ ການ​ປະຕິບັດ​ວິ​ໄນ

ມາດຕາ 44 ການ​ຍ້ອງຍໍ

ຄະນະບໍລິຫານສະມາຄົມ ເປັນຜູ້ພິຈາລະນາຕົກລົງໃຫ້ການຍ້ອງຍໍສັນລະເສີນດ້ວຍຮູບການຕ່າງໆ ຕາມຂອບເຂດສິດຂອງຕົນ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສ້າງຄຸນປະໂຫຍດ, ຄຸນງາມຄວາມດີ ແລະ ໃຫ້ການສະໜັບສະໜູນແກ່ສະມາຄົມ ຫຼື ສະ​ເໜີ​ອົງການ​ຈັດ​ຕັ້ງ​ລັດ​ທີ່​ກ່ຽວຂ້ອງ​ໃຫ້ການ​ຍ້ອງຍໍ​ຕາມ​ຄວາມ​ເໝາ​ະສົມ.

ມາດຕາ 45 ການ​ປະຕິບັດ​ວິ​ໄນ.

ປະທານ, ຮອງປະທານຜູ້ປະຈຳການ, ຮອງປະທານ, ຄະນະກວດກາ, ສະມາຊິກ ແລະ ຄະນະເລຂາທິການຂອງສະມາຄົມ ລວມທັງອາສາສະໝັກ (ຖ້າມີ) ທີ່ເຄື່ອນໄຫວຜິດກົດໝາຍ ຫຼື ກົດລະບຽບຂອງສະມາຄົມ ຫຼື ລະບຽບການຂອງລັດທີ່ກ່ຽວຂ້ອງ ໂດຍໄດ້ຮັບການຢັ້ງຢືນຈາກຄະນະກວດກາ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ, ຄະນະບໍລິຫານຈະເປັນຜູ້ພິຈາລະນາປະຕິບັດວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ຖືກກ່າວເຕືອນ;
  2. ຂຽນໃບສຳຫຼວດຕົນເອງ;
  3. ໃຫ້ອອກຈາກການເປັນປະທານ,ຮອງປະທານຜູ້ປະຈຳການ, ຮອງປະທານ, ຄະນະກວດກາ, ສະມາ ຊິກ, ຄະນະເລຂາທິການຂອງສະມາຄົມ ແລະ ອາສາສະໝັກ (ຖ້າມີ).

ໝວດ​ທີ IX

ລະບຽບ ​ແລະ ການ​ແກ້​ໄຂ​ຄຳ​ຮ້ອງທຸກ

ມາດຕາ 46 ລະບຽບການຮ້ອງທຸກ

ສະມາຊິກ, ຄະນະເລຂາທິການ ແລະ ອາສາສະໝັກຂອງສະມາຄົມ ສາມາດສະເໜີບັນຫາຕ່າງໆ ຕໍ່ຄະນະກວດກາສະມາຄົມ ກ່ຽວກັບສິ່ງທີ່ຕົນເອງອັບປະໂຫຍດ ຫຼື ເຫັນວ່າບໍ່ຖືກຕ້ອງກັບກົດລະບຽບຂອງສະມາຄົມ.

ມາດຕາ 47 ການແກ້ໄຂຄໍາຮ້ອງທຸກ

ຄະນະກວດກາສະມາຄົມ ຕ້ອງຮັບຟັງທຸກຄຳຮ້ອງທຸກຂອງສະມາຊິກ, ຄະນະເລຂາທິການ ແລະ ອາສາສະໝັກຂອງສະມາຄົມ. ຫຼັງຈາກນັ້ນ, ພິຈາລະນາແກ້ໄຂຕາມສິດ ແລະ ໜ້າທີ່ຂອງຕົນ ຫຼື ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂຕາມກົດລະບຽບຂອງສະມາຄົມ, ກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ.

ໝວດທີ X

ບົດບັນຍັດສຸດທ້າຍ 

ມາດຕາ 48 ການຈັດຕັ້ງປະຕິບັດ

ປະທານ, ຮອງປະທານຜູ້ປະຈຳການ, ຮອງປະທານ, ຄະນະກວດກາ, ຄະນະເລຂາທິການ ແລະ ອາສາສະໝັກຂອງສະມາຄົມ ໄອຊີທີ ແລະ ດິຈິຕອນ ລາວ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດກົດລະບຽບສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 49 ຜົນສັກສິດ

ກົດ​ລະບຽບ​ສະບັບ​ນີ້ ​ໄດ້​​ຮັບຮອງ​ເອົາ​ຈາກ​ກອງ​ປະຊຸມ​​ສ້າງຕັ້ງສະມາຄົມ ເຊິ່ງຈັດຂຶ້ນໃນວັນທີ……ມັງກອນ 2023 ​ແລະ ​ມີ​ຜົນ​ບັງຄັບ​ໃຊ້ ​ນັບ​ແຕ່ວັນທີ່ອົງການທີ່ມີສິດອະນຸມັດສ້າງຕັ້ງ​ ໄດ້​ອອກ​ຂໍ້​ຕົກ​ລົງ​ຮັບ​ຮອງ​ເອົາ​ເປັນ​ຕົ້ນ​ໄປ.

LIDA is a member of:
  • ASOCIO: Asian-Oceanian Computing Industry Organization
  • WITSA: World Information Technology and Services Alliance
ວິໄສທັດຂອງ LIDA:

LICA ເປັນອົງກອນລະດັບຊາດທີີ່ເຊື່ອມໂຍງກັບທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ ດິຈິຕອນ ເຕັກໂນໂລຊີແລະ ນະວັດຕະກຳ ເຂົົ້າໃນການພັດທະນາ
ເສດຖະກິດ – ສັງຄົມ ແບບກ້າວກະໂດດ ແລະ ຍືນຍົງ.

ພັນທະກິດຂອງ LIDA:
  • ຮ່ວມມ ກັບບັນດາສະຖາບັນການສຶກສາ ແລະ ບັນດາສູນພັດທະນາສີມ ແຮງງານໃນວຽກງານການສ້າງ ຊັບພະຍາກອນມະນຸດໃນຂະແຫນງການດິຈິຕອນ ເຕັກໂນໂລຊີແລະ ນະວັດຕະກ າ ເພ ີ່ອຮອງຮັບຄວາມ ຕ້ອງການທາງດ້ານປະລິມານ ແລະ ຄຸນະພາບຂອງແຮງງານໃນຍຸກເສດຖະກິດດິຈິຕອນ.
  • ຮ່ວມມ ກັບທຸກພາກສ່ວນທີີ່ກ່ຽວຂ້ອງໃນການສ້າງ ແລະ ດັດແກ້ກົດຫມາຍ ແລະ ນະໂຍບາຍຕ່າງໆ ທີີ່ຈະເອື້ອອຳນວຍໃຫ້ທຸລະກິດ ໃນຂະແຫນງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ມີການຈະເລີນເຕີບໂຕ, ເຂັົ້ມແຂງ ພ້ອມທັງວາງແຜນພັດທະນາໂຄງການທີີ່ເປັນຍຸດທະສາດໃນຂະແໜງການນີົ້ຮ່ວມກັບພາກລັດ ແລະ ອົງການຮ່ວມມ ສາກົນຕ່າງໆ.
  • ສົົ່ງເສີມ ແລະ ມີສ່ວນຮ່ວມ ໃນວຽກງານການຫັນເປັນທັນສະໄຫມ ໂດຍນ າໃຊ້ເຕັກໂນໂລຊີດິຈິຕອນ ໃຫ້ທັງພາກທຸລະກິດ ແລະ ພາກລັດ ພ້ອມທັງປະກອບສ່ວນເຂົົ້າໃນການສ້າງເສດຖະກິດດິຈິຕອນ ສົົ່ງເສີມສັງຄົມ ດ້ວຍການສ້າງຄວາມຮັບຮູ້ແລະ ເຫັນໄດ້ຄວາມສຳຄັນຂອງຂະແຫນງການດິຈິຕອນ ເຕັກໂນໂລຊີແລະ ນະວັດຕະກຳ