ກ່ຽວກັບ LIDA

LIDA (Lao ICT and Digital Association) ແມ່ນ ສະມາຄົມທຸລະກິດ ທີຢູ່ພາຍໃຕ້ການຊີ້ນຳຂອງ ກະຊວງເຕັກໂນໂລຊີ ແລະ ການສີ່ສານ; ເປັນອົງກອນລະດັບ ຊາດທີ່ເຊື່ອມໂຍງກັບ ທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພີ່ອສົ່ງເສີມການນາໃຊ້ ດີຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ແບບກ້າວກະໂດດ ແລະ ຍືນຍົງ.

ພາລະກິດຂອງ LIDA (4 ເສົາຄໍ້າ)

01 ຮ່ວມມື ກັບບັນດາສະຖາບັນການສຶກສາ ແລະ ບັນດາສນພັດທະນາສີມແຮງງານໃນ ວຽກງານການສ້າງ ບຸກຄະລາກອນໃນຂະແຫນງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຮອງຮັບຄວາມ ຕ້ອງການທາງດ້ານປະລິມານ ແລະ ຄຸນະພາບຂອງແຮງງານໃນຍຸກເສດຖະກິດດິຈິຕອນ.

02 ຮ່ວມມືກັບທຸກພາກສວ່ນທີ່ກ່ຽວຂ້ອງໃນການສາ້ງ ແລະ ດັດແກ້ກົດຫມາຍ ແລະ ນະໂຍບາຍຕາ່ງໆ ທີ່ຈະເອື້ອອຳນວຍໃຫ້ທຸລະກິດ ໃນຂະແຫນງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ມີການຈະເລີນເຕີບໂຕ, ເຂັ້ມແຂງ ພ້ອມທັງວາງແຜນ ພັດທະນາ ໂຄງການທີ່ເປັນຍຸດທະສາດໃນຂະແຫນງ ການຮ່ວມກັບພາກລັດ ແລະ ອົງການຮ່ວມມສາກົນຕ່າງໆ.

03 ສົ່ງເສີມ ແລະ ມີສ່ວນຮ່ວມໃນວຽກງານການຫັນເປັນທັນສະໄຫມໃຫ້ທັງພາກທຸລະກິດ ແລະ ພາກລັດ ໂດຍນໍາໃຊ້ເຕັກໂນໂລຊີດິຈິຕອນ ພ້ອມທັງປະກອບສ່ວນ ເຂົ້າໃນການສ້າງເສດຖະກິດດິຈິຕອນ

04 ສ້າງຄວາມເຂັ້ມແຂງໃຫ້ຂະແຫນງການ ແລະ ສົ່ງເສີມສັງຄົມດ້ວຍການສາ້ງຄວາມຮັບຮູ້ ເຫັນໄດ້ຄວາມສຳຄັນຂອງຂະແຫນງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ

Event ແລະ Activities